ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ພົວພັນ​ລະຫວ່າງ ຣັດ​ເຊຍ-ອາ​ເມ​ຣິ​ກາ ພວມ​ຢູ່​ໃນ​ສະພາວະ "ເປັນ​ສູນ​ອົງສາ"

     ຕາມ​ຂ່າວສານ​ຊິນ​ຮວາລາຍ​ງານ​ ວັນ​ທີ 6 ພະຈິກ ນີ້​ວ່າ: ສື່​ມວນ​ຊົນ​ຣັດ​ເຊຍ​ໄດ້​ລາຍ​ງານ​ການ​ສຳພາດ​ ທ່ານ ດີ​ມີ​ຕຣີ ເປັສຄັອຟ
ໂຄສົກ​ປະຈຳ​ທຳ​ນຽບ ປະທານາທິບໍດີ ​ຣັດ​ເຊຍ ປັດຈຸບັນ, ການ​ພົວພັນ​ລະຫວ່າງ​ຣັດ​ເຊຍ-ອາ​ເມ​ຣິ​ກາ​ ພວມ​ຢູ່​ໃນ​ສະພາວະ “ເປັນ​ສູນ
ອົງສາ” ຫຼື ສາມາດ​ເວົ້າ​ໄດ້​ວ່າ ຢູ່​ໃນ​ສະພາວະ “ຕິດ​ລົບ”.

     ເຊິ່ງການ​ພົບ​ປະກັນ​ລະຫວ່າງ​ຜູ້ນຳ​ຂອງ​ສອງ​ປະເທດ ​ຣັດ​ເຊຍ ແລະ ອາເມ​ຣິ​ກາ ຕ້ອງ​ຢູ່​ບົນ​ພື້ນຖານ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ປາ
ຖະໜາ​ຮ່ວມ​ກັນ ແລະ ຕ້ອງ​ຕອບ​ສະໜອງ​ກັບ​ເງື່ອນໄຂ​ທີ່​ແນ່ນອນ. ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ ​​ຣັັດ​ເຊຍ ເຄີຍ​ກ່າວ​ມາ​
ຫຼາຍ​ເທື່ອ​ແລ້ວ​ວ່າ: ຈະ “ບໍ່​ປະຕິເສດ​ການ​ພົບ​ປະກັນ ໃນ​ຮູບ​ແບບ​ໃດໆ”, ແຕ່​ວ່າການ​ປ່ຽນແປງ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​​
ຣັັດ​ເຊຍ​ກັບ​ອາ​ເມ​ຣິ​ກາ​ນັ້ນ ແມ່ນ​ຝ່າຍ​ ອາ​ເມ​ຣິ​ກາ ດຳເນີນ​.

     ສະນັ້ນ, ຜູ້ນຳ ​ອາ​ເມ​ຣິ​ກາ ຢ່າງ​ໜ້ອຍ​ຕ້ອງ​ປ່ຽນແປງ​ຈຸດ​ຢືນ​ຂອງ​ຕົນ​ເອງ​ກ່ອນ​ໃນ​ເວລາ​ໃດ​ໜຶ່ງ, ປ່ຽນ​ກັບ​ມາ​ເປັນ​ລັກສະນະ​ສ້າງ
ສັນ, ພາຍ​ໃຕ້​ສະພາບ​ການ​ແບບ​ນີ້, ຜູ້ນຳ​ສອງ​ປະເທດ​ຈຶ່ງ​ຈະ​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ຈະ​ພົບ​ປະກັນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/11/2023